ແຝດຄົນລະຫວາ LaoLoad.com VS. mambolaohub.com
ພໍດີໄປເຫັນເວັບ mambolaohub.com ກໍເລີຍເກີດປາກົດການ deja vu ຂຶ້ນ ລອງມາເບິ່ງກັນວ່າມັນ deja vu ແນວໃດ
ອັນນີ້ເວັບ laoload.com

ສ່ວນອັນນີ້ mambolaohub.com

ຈັ່ງແມ່ນຄືກັນເນາະ … ຮາຮາ ໄດ້ຄູ່ແຝດຄົນລະຝາໂດຍບໍ່ຮູ້ໂຕ
- hxxp://laoload.com/images/header_bg.png ກັບ hxxp://www.mambolaohub.com/templates/ja_avian/images/header_bg.png ຄືກັນເປະ ໆ ທັງສີ ທັງຂະໜາດ (172×104 ແມ່ນຫຍັງຊິບັງເອີນປານນັ້ນເນາະ ອິອິ)
- ຮູບເຮືອນກໍຄື້ຄື ສົມເປັນແຝດແທ້ໆ!
- ລະຫັດສີຂອງ background ແມ່ນ #F4FFF9 ກໍຍັງຄືກັນອີກ ໂອ້~
- footer ກໍຍັງຄ້າຍກັນອີກເນາະ copyright 2008 - 2009 ວ່າຊັ້ນ ຮາຮາ
- ສັງເກດ logo ດີ ໆ ຂະໜາດ font ຍັງໃຊ້ແບບດຽວກັນເລີຍພີ່ນ້ອງ!!
- title ຂອງເວັບ laoload ຂຽນວ່າ ໜ້າທຳອິດ - LaoLoad.com ຂອງ mambolaohub.com ຂຽນວ່າ ໜ້າທຳອິດ - MamboLaoHub For Lao Community Center ໃຈກົງກັນດີເນາະ
ໃຜບໍ່ເຊື່ອເລື່ອງແຝດຄົນລະຝາ ເຫັນກະທູ້ນີ້ແລ້ວ ຍັງຊິບໍ່ເຊື່ອອີກບໍ່? ອິອິ
ຂ້າພະເຈົ້າຍັງບໍ່ຄຶດຝັນເລີຍວ່າ ຄວາມຄຶດຂອງໂຕເອງ ຊິໄປບັງເອີ້ນ ບັງເອີນໄປຄ້າຍຄືກັນກັບຄວາມຄຶດຂອງຄົນອື່ນຂະໜາດນີ້ ອອກແບບໂລໂກ້ຄືກັນ ສີຄືກັນ ໄອຄອນກໍຍັງໃຈດຽວກັນໃຊ້ຄືກັນອີກ ໂລກເຮົານີ້… ມີແຕ່ຄວາມບັງເອີນເນາະ ຮະຮະ
ບົດຄວາມນີ້ຄັດມາຈາກ http://laozaa.com/thread-8396-1-1.html
